ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເລີ່ມ​ດຳເນີນ​ການ​ຊ້ອມ​ຮົບ​ຮ່ວມ​ລະຫວ່າງ​ຟີ​ລິບ​ປີນ-ອາ​ເມ​ຣິ​ກາ​
ພາຍ​ໃຕ້​ລະຫັດ "ຄຽງ​ບ່າ​ຄຽງ​ໄຫຼ່" ປະຈຳ​ປີ 2024


     ອີງ​ຕາມ​ຂ່າວສານ​ຊີ​ອາ​ໄອ​ ຂອງ​ຈີນ ​ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 22 ເມສາ 2024 ເມສາ ຜ່ານ​ມາ​ນີ້​ວ່າ: ຝ່າຍ​ທະຫານ​ຟີ​ລິບ​ປີນ ແລະ
ອາ​ເມ​ຣິ​ກາ ໄດ້​ເລີ່ມ​ດຳເນີນ​ການ​ຊ້ອມ​ຮົບ​ຮ່ວມ​ພາຍ​ໃຕ້​ລະຫັດ “ຄຽງ​ບ່າ​ຄຽງ​ໄຫຼ່” ປະຈຳ​ປີ 2024 ຢູ່​ນະຄອນຫຼວງ​ມາ​ນີ​ລາ​ຂອງ​ຟີ​ລິບ​ປີນ
ເຊິ່ງ​ຈະ​ດຳເນີນ​ໄປ​ເປັນ​ເວລາ 19 ວັນ. ມີ​ມວນ​ຊົນ​ຟີ​ລິບ​ປິນ ​ຈໍານວນ​ຫຼາຍ​ໄດ້​ຈັດການ​ໂຮມ​ຊຸມນຸມ​ເພື່ອ​ປະ​ທ້ວງ​ຕໍ່​ການ​ຊ້ອມ​ຮົບ​ຮ່ວມ​ຄັ້ງ
​ນີ້, ນັກວິຊາການ​ຈຳນວນ​ໜຶ່ງ​ເຫັນ​ວ່າການ​ຊ້ອມ​ຮົບ​ຮ່ວມ​ລະຫວ່າງ​ຟີ​ລິບ​ປີນ-ອາ​ເມ​ຣິ​ກາ ​ອາດ​ຈະ​ຂົ່ມຂູ່​ຕໍ່​ຄວາມ​ໝັ້ນຄົງ ​ແລະ ​ສະຖຽນ
​ລະ​ພາບ​ຂອງ​ພາກ​ພື້ນ. ຝ່າຍ​ທະຫານ​ຟີ​ລິບ​ປີນ ​ແຈ້ງ​ໃຫ້​ຮູ້​ວ່າ: ການ​ຊ້ອມ​ຮົບ​ຮ່ວມ​ຄັ້ງ​ນີ້​ມີ​ທະຫານ​ເຂົ້າ​ຮ່ວມ​ຫຼາຍ​ກວ່າ 16.700 ຄົນ, ໃນ
​ນັ້ນ​ທະຫານ​ຟີ​ລິບ​ປີນ ​ມີ 5.000 ຄົນ ​ແລະ​ ທະຫານ​ອາ​ເມ​ຣິ​ກາ​ມີ 11.000 ຄົນ, ແມ່ນ​ການ​ຊ້ອມ​ຮົບ​ຮ່ວມ​ທີ່​ມີ​ຂະໜາດ​ໃຫຍ່​ທີ່​ສຸດ​ໃນ​
ຮອບ​ຫຼາຍ​ປີຜ່ານມາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/04/2024